Crowdsource

4,1
16,2 ພັນ ຄຳຕິຊົມ
1 ລ້ານ+
ດາວໂຫຼດ
ປະເພດເນື້ອຫາ
ໄວຮຸ່ນ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ

ກ່ຽວກັບແອັບນີ້

ຕອບຄຳຖາມງ່າຍໆມ່ວນໆທີ່ຈະເຮັດໃຫ້ເກີດການປ່ຽນແປງທີ່ຍິ່ງໃຫຍ່! ຜ່ານລະດັບຕ່າງໆ, ປົດລັອກປ້າຍ ແລະ ແບ່ງປັນຄວາມສຳເລັດຂອງທ່ານຕະຫຼອດການເຂົ້າຮ່ວມກິດຈະກຳ! ການປະກອບສ່ວນໂດຍສະໝັກໃຈຂອງທ່ານຈະຊ່ວຍປັບປຸງຜະລິດຕະພັນຂອງ Google ໃນທ້ອງຖິ່ນຂອງທ່ານໃຫ້ດີຍິ່ງຂຶ້ນ. ສອນຜູ້ຊ່ວຍ Google ໃຫ້ເຂົ້າໃຈຄວາມໝາຍໄດ້ດີຂຶ້ນ, ປັບປຸງ Google ແປພາສາສຳລັບພາສາຂອງທ່ານ ແລະ ຊ່ວຍ Google ຮູບພາບລະບຸວັດຖຸຕ່າງໆ. ສິ່ງເຫຼົ່ານີ້ເປັນຕົວຢ່າງພຽງເລັກນ້ອຍຈາກກິດຈະກຳຫຼາກຫຼາຍປະເພດທີ່ເພີ່ມຂຶ້ນເລື້ອຍໆ ເຊິ່ງທ່ານສາມາດປະກອບສ່ວນເພື່ອປັບປຸງ Google ໃຫ້ເຮັດວຽກໄດ້ດີຂຶ້ນສຳລັບຜູ້ໃຊ້ທັງໃນປະເທດ ແລະ ທົ່ວໂລກ.



ລອງເຮັດໜ້າວຽກເຫຼົ່ານີ້ຈຳນວນໜຶ່ງເພື່ອເຂົ້າຮ່ວມຊຸມຊົນຜູ້ປະກອບສ່ວນຂອງ Google:



ພິມໄວ: ພິມຂໍ້ຄວາມທີ່ທ່ານເຫັນຢູ່ໜ້າຈໍໃຫ້ໄວ ແລະ ຖືກຕ້ອງທີ່ສຸດ.

ການຢັ້ງຢືນຮູບພາບທາງວັດທະນະທຳ: ຢັ້ງຢືນວ່າຮູບພາບມີຄວາມຖືກຕ້ອງທາງວັດທະນະທຳໂດຍຕອບຄຳຖາມງ່າຍໆວ່າ ແມ່ນ/ບໍ່ແມ່ນ.

ການສ້າງຄວາມເຂົ້າໃຈກ່ຽວກັບຄຳຖາມ: ເລືອກວ່າທ່ານຈະເຂົ້າໃຈຄຳຖາມທີ່ກຳນົດໄດ້ດີສ່ຳໃດ.

ປຽບທຽບຮູບພາບ: ບອກພວກເຮົາວ່າທ່ານມັກຮູບພາບໃດຫຼາຍກວ່າກັນ.

ການກວດສອບລາຍມື: ບອກພວກເຮົາວ່າລາຍມືກົງກັບຂໍ້ຄວາມທີ່ທ່ານເຫັນຫຼືບໍ່.

ການອ່ານລາຍມື: ບອກພວກເຮົາວ່າທ່ານສາມາດລະບຸຂໍ້ຄວາມທີ່ຂຽນດ້ວຍລາຍມືໄດ້ຫຼືບໍ່.

ປຽບທຽບລາຍມື: ປຽບທຽບລາຍມື 2 ແບບເພື່ອເລືອກແບບທີ່ທ່ານມັກຫຼາຍກວ່າ.

ການຢັ້ງຢືນຈຸດ: ຢັ້ງຢືນວ່າຈຸດສູນກາງຢູ່ເທິງສຸດຂອງວັດຖຸ.

ປຽບທຽບອາຫານ: ປຽບທຽບລັກສະນະຂອງຮູບອາຫານ 2 ຮູບ.

ການບໍລິຈາກສຽງ: ບັນທຶກສຽງເວົ້າຂອງທ່ານເພື່ອປັບປຸງເທັກໂນໂລຢີດ້ານຄຳເວົ້າ.

ຂໍ້ເທັດຈິງກ່ຽວກັບອາຫານ: ບອກພວກເຮົາວ່າອາຫານມີລັກສະນະສະເພາະຫຼືບໍ່.

ຜູ້ຕິດປ້າຍກຳກັບອາຫານ: ບອກພວກເຮົາວ່າອາຫານຈານໃດຢູ່ໃນຮູບພາບ.

ຄວາມຄ້າຍຄືກັນຂອງຄວາມໝາຍ: ຕັດສິນວ່າວະລີທັງ 2 ວະລີມີຄວາມໝາຍຄືກັນຫຼືບໍ່.

ຄວາມເຂົ້າໃຈກ່ຽວກັບແຜນພາບ: ຕັດສິນວ່າແຜນພາບອ່ານເຂົ້າໃຈ ແລະ ເຊື່ອຖືໄດ້ຫຼືບໍ່.

ພິມແບບເລື່ອນຜ່ານ: ເລື່ອນນິ້ວຂອງທ່ານໄປເທິງແປ້ນພິມເພື່ອພິມຂໍ້ຄວາມທີ່ທ່ານເຫັນ.

ການກວດສອບສຽງ: ຟັງຄລິບສຽງສັ້ນໆ ແລ້ວລະບຸວ່າການອອກສຽງນັ້ນຟັງເປັນທຳມະຊາດໃນພາສາຂອງທ່ານຫຼືບໍ່.

ຄຳອະທິບາຍຮູບພາບ: ບັນທຶກສຽງຂອງທ່ານໃນລະຫວ່າງທີ່ອະທິບາຍຮູບພາບທີ່ທ່ານເຫັນເພື່ອປັບປຸງເທັກໂນໂລຢີດ້ານຄຳເວົ້າ.

ການຢັ້ງຢືນປ້າຍກຳກັບຮູບພາບ: ບອກພວກເຮົາວ່າຮູບພາບຕິດປ້າຍກຳກັບຢ່າງຖືກຕ້ອງຫຼືບໍ່.

ການຖ່າຍຮູບ: ຮວບຮວມ ແລະ ແບ່ງປັນຮູບພາບຈາກທ້ອງຖິ່ນຂອງທ່ານ.

ການແປພາສາ: ແປວະລີ ແລະ ຄຳສັບເປັນພາສາຕ່າງໆ.

ການກວດສອບຄຳແປ: ເລືອກວະລີທີ່ແປໄດ້ຢ່າງຖືກຕ້ອງ.

ການຈຳແນກລາຍມື: ອ່ານລາຍມື ແລະ ພິມຂໍ້ຄວາມທີ່ທ່ານເຫັນ.

ການປະເມີນອາລົມຂອງປະໂຫຍກ: ເລືອກວ່າປະໂຫຍກໃນພາສາຂອງທ່ານເຮັດໃຫ້ຮູ້ສຶກໃນດ້ານບວກ, ລົບ ຫຼື ຮູ້ສຶກເສີຍໆ.

ກ້ອງອັດສະລິຍະ (ຕ້ອງໃຊ້ Android Lollipop 5.0 ຂຶ້ນໄປ): ເລັງກ້ອງໄປຫາວັດຖຸໃດໜຶ່ງ ແລ້ວເບິ່ງວ່າກ້ອງຈະສາມາດຄາດເດົາໄດ້ບໍ່ວ່າວັດຖຸດັ່ງກ່າວແມ່ນຫຍັງ.



ແຕ່ລະເທື່ອທີ່ທ່ານສົ່ງຄຳຕອບ, ທ່ານຈະຊ່ວຍໃຫ້ຜະລິດຕະພັນຂອງ Google ມີຄວາມສາມາດທີ່ຄອບຄຸມໄດ້ຫຼາຍຂຶ້ນໃນອະນາຄົດ. ນອກຈາກນີ້, ທ່ານຍັງຈະໄດ້ຮັບສິດທິປະໂຫຍດເປັນຮາງວັນຈາກການຊ່ວຍເຫຼືອຂອງທ່ານນຳ ເຊັ່ນ: ການສ້າງຄວາມຮູ້ຈັກກັບຜູ້ປະກອບສ່ວນຄົນອື່ນໆໃນງານພົບປະທ້ອງຖິ່ນ, ການໄດ້ຮັບຄຳເຊີນພິເສດສະເພາະໃຫ້ເຂົ້າຮ່ວມ Hangouts ອອນລາຍກັບ Googler ແລະ ຜູ້ປະກອບສ່ວນຄົນອື່ນໆ, ພ້ອມທັງປາກົດໃນຊ່ອງທາງໂຊຊຽວຂອງ Crowdsource. ບໍ່ວ່າທ່ານຈະກຳລັງນັ່ງລົດໄຟ, ຢູ່ປ້າຍລົດເມ ຫຼື ຕໍ່ແຖວລໍຖ້າຄິວ, ກະລຸນາສະລະເວລາໜ້ອຍໜຶ່ງເພື່ອຊ່ວຍປັບປຸງ Google ໃຫ້ດີຍິ່ງຂຶ້ນສຳລັບຊຸມຊົນທ້ອງຖິ່ນຂອງທ່ານ.
ອັບເດດແລ້ວເມື່ອ
16 ມ.ນ. 2026

ຄວາມປອດໄພຂອງຂໍ້ມູນ

ຄວາມປອດໄພເລີ່ມດ້ວຍການເຂົ້າໃຈວ່ານັກພັດທະນາເກັບກຳ ແລະ ແບ່ງປັນຂໍ້ມູນຂອງທ່ານແນວໃດ. ວິທີປະຕິບັດກ່ຽວກັບຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງຂໍ້ມູນອາດຈະແຕກຕ່າງກັນອີງຕາມການນຳໃຊ້, ພາກພື້ນ ແລະ ອາຍຸຂອງທ່ານ. ນັກພັດທະນາໃຫ້ຂໍ້ມູນນີ້ ແລະ ອາດຈະອັບເດດມັນເມື່ອເວລາຜ່ານໄປ.
ແອັບນີ້ອາດຈະແບ່ງປັນປະເພດຂໍ້ມູນເຫຼົ່ານີ້ກັບພາກສ່ວນທີສາມ
ຂໍ້ມູນສ່ວນຕົວ
ແອັບນີ້ອາດຈະເກັບກຳປະເພດຂໍ້ມູນເຫຼົ່ານີ້
ສະຖານທີ່, ຂໍ້ມູນສ່ວນຕົວ ແລະ ອີກ 5 ລາຍການ
ລະບົບຈະເຂົ້າລະຫັດຂໍ້ມູນໃນຂະນະສົ່ງ
ທ່ານສາມາດຮ້ອງຂໍໃຫ້ລະບົບລຶບຂໍ້ມູນໄດ້

ການຈັດອັນດັບ ແລະ ຄຳຕິຊົມ

4,0
15,7 ພັນ ຄຳຕິຊົມ

ມີຫຍັງໃໝ່

ໜ້າວຽກພິມໃໝ່ທີ່ມ່ວນໆ: ການພິມໄວ